ຍົກລະດັບຊີວິດຂອງທ່ານທີ່ເມືອງ ແຄນເບີຣາ, ປະເທດອົດສະຕາລີ

ລົງທຶນໃສ່ອະນາຄົດຂອງທ່ານ, ລົງທຶນໃຫ້ກັບໂຕທ່ານເອງ

certificate

ມະຫາວິທະຍາໄລທີ່ເປັນທີ່ຍອມຮັບລະດັບໂລກ

ແມ່ນແລ້ວ, ທີ່ແຄນເບີຣາ ສາມາດສະໜອງຫຼັກສູດຈາກມະຫາວິທະຍາໄລຊັ້ນນໍາລະດັບໂລກໃຫ້ແກ່ທ່ານ. ໂດຍທີ່ທ່ານຈະໄດ້ໄປສຶກສາຕໍ່ກັບບັນດາມະຫາວິທະຍາໄລຂອງແຄນເບີຣາ ທີ່ເປັນທີ່ຍອມຮັບລະດັບສາກົນ

handshake-heart

ຮູບແບບການໃຊ້ຊີວິດທີ່ບັນຈົງ

ນັບຕັ້ງແຕ່ໂໝດໃຊ້ຊີວິດແບບຊານເມືອງເຖິງແບບທັນສະໃໝຈົນໄປເຖິງກິດຈະກໍາກາງແຈ້ງກາງທໍາມະຊາດ. ແຄນເບີຣາ ຍັງໃຫ້ໂອກາດໃນການເຮັດວຽກ, ການສຶກສາ, ການບັນເທີງ ແລະ ການໃຊ້ຊີວິດແບບສະອາດ.

ອ່ານຂໍ້ມູນເພີ່ມເຕີມກ່ຽວກັບເມືອງ ແຄນເບີຣາ ໄດ້ທີ່ນີ້
floorplan

ຫຼາກຫຼາຍໂອກາດໃນການລົງທຶນທີ່ບໍ່ຢຸດຢັ້ງ

ກັບຈໍານວນປະຊາກອນທີ່ເພີ່ມຂຶ້ນເລື້ອຍໆ, ແຄນເບີຣາ ເປັນອີກໜຶ່ງຈຸດສໍາຄັນແຫ່ງໃໝ່ຂອງການພັດທະນາທີ່ພັກອາໄສແບບຊັ້ນນໍາ. ຕາມລ່າຫາໂອກາດໃນການລົງທຶນໃນແບບທີ່ໄຝ່ຝັນໄດ້ແລ້ວມື້ນີ້.

ມະຫາວິທະຍາໄລຊັ້ນນໍາະດັບໂລກ


ໃນ ສປປ ລາວ, ທຸກໆປີລັດຖະບານ ອົດສະຕາລີ ໄດ້ມອບທຶນການສຶກສາເປັນຈໍານວນຫຼວງຫຼາຍໃຫ້ແກ່ນັກສຶກສາລາວໂດຍຜ່ານໂປຣແກຣມ Australia Awards Laos, ຊຶ່ງຈະເປັນການເປີດໂອກາດທີ່ໜ້າປະທັບໃຈໃຫ້ແກ່ບັນດານັກສຶກສາຄົນລາວທີ່ກໍາລັງສະແຫວງຫາການສຶກສາຂັ້ນສູງ.

ແຄນເບີຣາ, ຫຼື ທີ່ຮູ້ຈັກກັນດີວ່າ “ເມືອງແຫ່ງການສຶກສາໃນອົດສະຕາລີ” ເປັນອີກສະຖານທີ່ໆໜ້າດຶງດູດໃຫ້ແກ່ການສຶກສາຢູ່ຕ່າງແດນນັ້ນກໍ່ເພາະມີບາງຫຼັກສູດຈາກມະຫາວິທະຍາໄລຊັ້ນນໍາຂອງໂລກໄດ້ເປີດໂອກາດຢ່າງມະຫາສານໃຫ້ກັບນັກສຶກສາຕ່າງຊາດທີ່ຈົບໃໝ່.

ບັນດາມະຫາວິທະຍາໄລທີ່ສໍາຄັນໆຂອງ ອົດສະຕາລີ ແມ່ນຕັ້ງຢູ່ເມືອງ ແຄນເບີຣາ ຊຶ່ງລວມມີ:

ມະຫາວິທະຍາໄລ ອົດສະຕາລີ ເນເຊິນນໍ ຖືເປັນອັນດັບ1: ANU ເປັນມະຫາວິທະຍາໄລຊັ້ນນໍາຂອງໂລກທາງດ້ານການຄົ້ນຄວ້າ ໃນ ແຄນເບີຣາ, ທີ່ຕິດອັນດັບ 1

ມະຫາວິທະຍາໄລ ແຄນເບີຣາ: UC ຢູ່ໃນ 1 ຂອງບັນດາມະຫາວິທະຍາໄລຊັ້ນນໍາຂອງໂລກ ແລະ ຕິດອັນດັບທີ 10 ໃນອົດສະຕາລີ.

ທ່ານສາມາດເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ນີ້ 

ຮູບແບບການໃຊ້ຊີວິດທີ່ບັນຈົງ


ເນື່ອງຈາກເມືອງນີ້ເປັນເມືອງຫຼວງທີ່ປະກອບໄປດ້ວຍແຫຼ່ງທ່ອງທ່ຽວທີ່ສາມາດດຶງດູດຜູ້ຄົນໄດ້ຢ່າງຫຼວງຫຼາຍ ເຊັ່ນ: ພາເລຍເມັ້ນເຮົ້າ (the Parliament House), ອານຸສາວະລີໄຊ (Australian War Memorial) ແລະ ຫໍພິພິດຕະພັນດ້ານຮູບພາບຫຼາຍແຫ່ງຂອງອົດສະຕາລີ. ຖ້າຫາກທ່ານກໍາລັງຊອກຫາຕົວເມືອງທີ່ມີຄວາມສົມດູນທາງດ້ານທໍາມະຊາດພ້ອມກັບເມືອງຫຼວງແລ້ວ, ແຄນເບີຣາ ແມ່ນເໝາະທີ່ສຸດສໍາຫຼັບທ່ານ, ເພາະມັນໃຊ້ເວລາພຽງບໍ່ເທົ່າໃດນາທີໃນການເດີນທາງຜ່ານບັນດາພູເຂົາທີ່ມີເອກະລັກທາງທໍາມະຊາດ, ທະເລສາບ, ປ່າ ແລະ ບັນດາຮ່ອມພູ. ບາງຈຸດສໍາຄັນຊຶ່ງລວມມີ:

  • ມີເສດຖະກິດທີ່ເຂັ້ມແຂງດ້ວຍລາຍຮັບທີ່ສູງ ແລະ ອັດຕາການຕົກງານທີ່ຕໍ່າ.
  • ດັດຊະນີຄ່າຄອງຊີບ ແມ່ນຢູ່ທີ່ 78.25
  • ຄ່າເຊົ່າສະເລ່ຍແມ່ນ 61.87% ຊຶ່ງຈະຕໍ່າກວ່າຄ່າເຊົ່າໃນເມືອງນິວຢອກ
  • ມີຫຼາຍທຸລະກິດທັງລະດັບໂລກ ແລະ ພາຍໃນທີ່ໄດ້ສ້າງໂອກາດໃນການເຮັດວຽກຮວ່ມກັບບັນດາອຸດສາຫະກໍາຊັ້ນນໍາ ແລະ ລັດຖະບານໃນຂົງເຂດການສຶກສາ, ວິທະຍາສາດ ແລະ ຂະແໜງການຄົ້ນຄວ້າ.
  • ກວດເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ນີ້

ພວກເຮົາແມ່ນໃຜ?

GEOCON

ເນື່ອງຈາກເປັນວິສາຫະກິດທໍາອິດດ້ານອະສັງຫາລິມະຊັບທີ່ຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍໃນແຄນເບີຣາ, ພວກເຮົາມີຄວາມຊ່ຽວຊານດ້ານການພັດທະນາ, ການກໍ່ສ້າງ, ການບໍລິຫານຈັດການການຕ້ອນຮັບ, ການລົງທຶນ,ລາຍໄດ້ ແລະ ເອກະສານປ່ຽນໂອນຊັບສິນ.

ມີຄວາມມຸ້ງໝັ້ນທີ່ຈະບໍລິການລູກຄ້າແບບຄົບວົງຈອນບໍ່ວ່າຈະເປັນການເປັນນາຍໜ້າທາງດ້ານການຈໍານອງ, ມີປະສົບກັບລູກຄ້າທີ່ຫຼາກຫຼາຍຮູບແບບ ແລະ ການຄຸ້ມຄອງອະສັງຫາລິມະຊັບໂດຍຜ່ານຮູບການແລກປ່ຽນຂໍ້ຕົກລົງ ແລະ ບັນດາຂະບວນການທີ່ເໜືອຊັ້ນ.

ຈຸດຍ່ອຍໆຂອງ Geocon ແມ່ນບ້ານຕ່າງໆລ້ວນແຕ່ມີຮູບຊົງສວຍງາມດ້ານສະຖາປັດຕະຍະກໍາ ທີ່ຈະມອບຮູບແບບການໃຊ້ຊີວິດທີ່ທັນສະໄໝໃນແຕ່ລະມື້ແກ່ທ່ານໃນ ແຄນເບີຣາ, ອົດສະຕາລີ. ໃນຖານະທີ່ເປັນທຸລະກິດທ້ອງຖິ່ນ, ພວກເຮົາອາໄສຄວາມເຂົ້າໃຈຂອງຕະຫຼາດທີ່ພວກເຮົາມີເພື່ອສະສົມຢ່າງມີກົນລະຍຸດ ແລະ ສ້າງການພັດທະນາແບບບັນຈົງທີ່ພວມເຕີບໂຕໃນແຄນເບີຣາ.

ແມ່ນຫຍັງທີ່ GEOCON ມອບໃຫ້ກັບທ່ານ

  • ທາງເລືອກໃຫ້ການຢູ່ອາໄສທີ່ງົດງາມກັບວິວຈາກມຸມສູງ
  • ມີທີ່ພັກພາອາໄສທີ່ຫຼາຍກວ່າ 15,000 ແຫ່ງທີ່ແຕກຕ່າງກັນໄປເພື່ອໃຫ້ທ່ານໄດ້ເລືອກ
  • ແຕ່ລະຊັ້ນແມ່ນມີຄວາມສະດວກສະບາຍ
  • ຢູ່ໃນກາງເມືອງ
  • ມີແຜນການຊໍາລະໜີ້ແບບຍືດຍຸ່ນ
  • ມີຜົນຕອບແທນໃນການລົງທຶນທີ່ໜ້າດຶງດູດ
  • ຜົນຕອບແທນດ້ານຄ່າເຊົ່າແມ່ນສູງ
  • ເປັນອີກທາງເລືອກໃນການທ້ອນເງິນ
  • ມີບໍລິການດ້ານການລົງທຶນແບບຄົບວົງຈອນໂດຍເລີ່ມຈາກລາຄາ 200,000 ໂດລາອົດສະຕາລີ.

ລົງທຶນໃສ່ກັບທີ່ພັກໄດ້ເລີຍມື້ນີ້!

ທ່ານສົນໃຈທີ່ຈະສຶກສາເພີ່ມຕື່ມບໍ່?

ທ່ານສາມາດເຂົ້າມາພົບກັບທີ່ປຶກສາເພື່ອສຶກສາໂອກາດອັນໜ້າສົນໃຈນີ້ກັບພວກເຮົາໄດ້ແລ້ວມື້ນີ້ທີ່ ນະຄອນຫຼວງວຽງຈັນ! ພວກເຮົາມີທີ່ປຶກສາທີ່ສາມາດເວົ້າທັງພາສາລາວ, ໄທ, ຝລັ່ງ, ແມນດາຣິນ ແລະ ອັງກິດ.

ຕິດຕໍ່ກັບພວກເຮົາໄດ້ແລ້ວມື້ນີ້

ບັນດາໂຄງການທີ່ມີຢູ່ ແລະ ກໍາລັງຈະຖືກສ້າງຂຶ້ນໃນມໍ່ໆນີ້


ແບຼກໄດມອນ

ມິດໄນທ໌

ເດິ ເອັດສຕາບລິດສເມັ້ນ

ແອັດສະເປັນ ວິນເຣຈ໌

ຮ່າຍ ໂຊໄຊເອຕີ້

ແກຣນ ເຊັນໂທຣ ທາວເວີ້


ມີຜູ້ຄົນຫຼາຍກວ່າ 1000.000 ຄົນອາໄສຢູ່, ອັດຕາການວ່າງງານແມ່ນ 3.7%, ອັດຕາເງິນເດືອນສະເລ່ຍຕໍ່ປີແມ່ນ 85000 ໂດລາອົດສະຕາລີ, ມີອັດຕາຄ່າເຊົ່າທີ່ຕໍ່າທີ່ສຸດເປັນຈຳນວນ 1.2 %, ຈໍານວນພົນລະເມືອງເພີ່ມຂຶ້ນ 2.1% (ໃນອົດສະຕາລີແມ່ນເພີ່ມໄວທີ່ສຸດ), ມີໜ່ວຍງານພາກລັດຫຼາຍກວ່າ 50 ແຫ່ງ, ມີບໍລິສັດເອກະຊົນທີ່ລົງທຶນໃນແຄນເບີຣາ ເຖິງ 25000 ບໍລິສັດ.

ເປັນຫຍັງຈຶ່ງລົງທຶນດ້ານອະສັງຫາໃນ ແຄນເບີຣາ?


ຕິດຕໍ່ພວກເຮົາ